CSIRT Oudomxay (Oudomxay Provincial Computer Security Incident Response Team) ຫຼື ໜ່ວຍງານສະກັດກັ້ນໄພຄຸກຄາມຄວາມປອດໄພທາງລະບົບຄອມພິວເຕີ ແຂວງອຸດົມໄຊ. ແມ່ນໜ່ວຍຮັບຜິດຊອບຕົ້ນຕໍໃນການຄຸ້ມຄອງ ແລະ ໂຕ້ຕອບຕໍ່ເຫດການທີ່ກ່ຽວຂ້ອງກັບຄວາມປອດໄພທາງອິນເຕີເນັດ ເຊັ່ນ: ການໂຈມຕີທາງອິນເຕີເນັດ, ການລະເມີດຂໍ້ມູນ ຫຼື ການແຜ່ກະຈາຍຂອງ malware.
CSIRT Oudomxay ເປັນໜ່ວຍງານໜື່ງທີ່ຂື້ນກັບພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ປະສານງານ ແລະ ເຮັດວຽກຮ່ວມກັບອົງການຈັດຕັ້ງຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປ້ອງກັນແລະ ຫຼຸດຜ່ອນໄພຄຸກຄາມທາງອິນເຕີເນັດ. ໂດຍການຕິດຕາມ, ວິເຄາະ ແລະ ໂຕ້ຕອບໄວຕໍ່ກັບເຫດການຕ່າງໆ. ໜ່ວຍງານດັ່ງກ່າວຍັງມີບົດບາດໃນການໃຫ້ຄໍາແນະນໍາ, ການແຈ້ງເຕື່ອນ, ການໃຫ້ຄວາມຮູ້ ເພື່ອສົ່ງເສີມການສ້າງຄວາມສາມາດໃນດ້າານຄວາມປອດໄພທາງອິນເຕີເນັດໃນອົງການຈັດຕັ້ງ ພາຍໃນແຂວງ.