Banner

ວິທີເປີດລະບົບຢືນຢັນລະຫັດ Facebook 2 ຊັ້ນ ກັນການຖືກ "Hack"

ທຸກວັນນີ້ການເຂົ້າລະບົບບໍ່ວ່າຈະເປັນ Social Network ຕ່າງໆ ມັກຈະຕ້ອງມີການຢືນຢັນຕົວຫລາຍກວ່າການໃສ່ User ແລະ Password ແຕ່ມີການເຂົ້າລະຫັດສອງຊັ້ນ ຫລື Two-Factor Authentication (2FA) ໂດຍສະເພາະ Facebook ທີ່ມີປະໂຫຍດ ແລະ ຄວນເປີດໄວ້

ຂໍ້ດີຂອງການເປີດລະບົບຢືນຢັນລະຫັດເຟດບຸ໊ກ 2 ຊັ້ນ

ສຳລັບຂໍ້ດີຂອງ Two-Factor Authentication (2FA) ຫລື ການຢືນຢັນລະຫັດສອງຊັ້ນນັ້ນ ມີຂໍ້ດີທີ່ຄວນຮູ້ກໍຄື

  • ເຮັດໃຫ້ເຮົາຮູ້ວ່າໃຜມີຄົນເຊົ້າລະບົບຂອງເຮົາຫລືບໍ່
  • ປົກປ້ອງຂໍ້ມູນສຳຄັນໄດ້ເພາະຖ້າມີການຖືກເຈ່ະຂໍ້ມູນເຮັດໃຫ້ເຮົາຮູ້ກ່ອນ
  • ປ້ອງກັນການລັກເງີນເພາະຕ້ອງການຢືນຢັນຕົວອີກຊັ້ນ

ການຢືນຢັນຕົວຕົນແບບສອງຊັ້ນເປັນຟີເຈີຮັກສາຄວາມປອດໄພທີ່ຈະຊ່ວຍປົກປ້ອງບັນຊີ Facebook ແລະ ລະຫັດຜ່ານຂອງທ່ານ ເມື່ອທ່ານຕັ້ງຄ່າການຢືນຢັນຕົວຕົນແບບສອງຊັ້ນ ທ່ານຈະຕ້ອງປ້ອນລະຫັດເຂົ້າສູ່ລະບົບພິເສດ ຫລື ຢືນຢັນການເຂົ້າສູ່ລະບົບຂອງທ່ານທຸກເທື່ອທີ່ມີກນພະຍາຍາມເຂົ້າເຖິງບັນຊີ Facebook ຂອງທ່ານຈາກບຣາວເຊີຫລືອຸປະກອນມືຖືເຄື່ອງໃໝ່ທີ່ເຮົາບໍ່ຮູ້ຈັກ ແລະ ທ່ານສາມາດຮັບການແຈ້ງເຕືອນເມື່ອມີຄົນພະຍາຍາມເຂົ້າສູ່ລະບົບຈາກບຣາວເຊີ ຫລື ອຸປະກອນມືຖືທີ່ເຮົາບໍ່ຮູ້ຈັກໄດ້ອີກດ້ວຍ

ວິທີການເປີດລະບົບຢືນຢັນຕົວລະຫັດສອງຊັ້ນ ຫລື Two-Factor Authentication (2FA) ຂອງ Facebook

ສຳລັບ Facebook ຈະເປີດລະບົບດັ່ງກ່າວມີວິທີການດັ່ງນີ້

  1. ກົດຮູບໂປຣຟາຍຂອງທ່ານທີ່ດ້ານຂວາເທີງ ຈາກນັ້ນກົດ ເຄື່ອງໝາຍແຂ້ວເຟືອງ "ການຕັ້ງຄ່າ ແລະ ຄວາມເປັນສ່ວນຕົວ"
  2. ກົດ ເຄື່ອງໝາຍແຂ້ວເຟືອງ ແລ້ວເລືອກ "ການຕັ້ງຄ່າ"
  3. ກົດ "ສູນບັນຊີ" ຈາກນັ້ນກົດ "ລະຫັດຜ່ານແລະການຖືຮັກສາຄວາມປອດໄພ"
  4. ກົດ "ການຢືນຢັນຕົວຕົນແບບສອງຊັ້ນ" ຈາກນັ້ນກົດບັນຊີທີ່ທ່ານຕ້ອງການອັບເດດ
  5. ເລືອກວິທີການຖືຮັກສາຄວາມປອດໄພທີ່ທ່ານຕ້ອງການເພີ່ມ ແລ້ວປະຕິບັດຕາມຄຳແນະນຳເທິງໜ້າຈໍ

ເມື່ອທ່ານຕັ້ງຄ່າການຢືນຢັນຕົວຕົນແບບສອງຊັ້ນເທິງ Facebook ລະບົບຈະຂໍໃຫ້ທ່ານເລືອກວິທີການຖືຮັກສາຄວາມປອດໄພໜຶ່ງໃນສາມວິທີຕໍ່ໄປນີ້

  • ການແຕະຄີຖືຮັກສາຄວາມປອດໄພເທິງອຸປະກອນທີ່ຮອງຮັບ
  • ລະຫັດເຂົ້າສູ່ລະບົບຈາກແອບການຢືນຢັນຕົວຕົນພາຍນອກ
  • ລະຫັດຂໍ້ຄວາມ SMS ຈາກໂທສັບມືຖືຂອງທ່ານ

ເມື່ອທ່ານເປີດການຢືນຢັນຕົວຕົນແບບສອງຊັ້ນແລ້ວ ທ່ານຈະສາມາດຮັບລະຫັດກູ້ຄືນການເຂົ້າສູ່ລະບົບ 10 ຊຸດເພື່ອໃຊ້ງານໃນກໍລະນີທີ່ທ່ານບໍ່ສາມາດໃຊ້ໂທລະສັບຂອງຕົນເອງໄດ້ ຮຽນຮູ້ວິທີຕັ້ງຄ່າລະຫັດກູ້ຄືນ

ແຫຼ່ງຂໍ້ມູນທີ່ເປັນປະໂຫຍດອື່ນໆ
  • ຫາກທ່ານບໍ່ໄດ້ບັນທຶກບຣາວເຊີ ຫລື ອຸປະກອນມືຖືທີ່ທ່ານໃຊ້ງານໄວ້ ລະບົບຈະຂໍໃຫ້ທ່ານບັນທຶກເມື່ອເປີດການຢືນຢັນຕົວຕົນແບບສອງຊັ້ນ ເພື່ອຊ່ວຍໃຫ້ທ່ານບໍ່ຈຳເປັນຕ້ອງປ້ອນລະຫັດຄວາມປອດໄພເມື່ອທ່ານເຂົ້າສູ່ລະບົບອີກເທື່ອ ຢ່າກົດ "ບັນທຶກບຣາວເຊີນີ້" ຫາກທ່ານໃຊ້ຄອມພິວເຕີສາທາລະນະທີ່ບຸກຄົນອື່ນສາມາດເຂົ້າເຖິງໄດ້ (ເຊັ່ນ ຄອມພິວເຕີໃນຫ້ອງສະໝຸດ)
  • ເຮົາຈຳເປັນຕ້ອງຈົດຈຳຂໍ້ມູນຄອມພິວເຕີ ແລະ ບຣາວເຊີຂອງທ່ານ ເພື່ອໃຫ້ເຮົາຮູ້ຈັກຂໍ້ມູນນີ້ໃນເທື່ອຕໍ່ໄປທີ່ທ່ານເຂົ້າສູ່ລະບົບ ທັງນີ້ ຄຸນສົມບັດບຣາວເຊີບາງຢ່າງອາຈົບລັອກການອະນຸມັດການເຂົ້າສູ່ລະບົບ ຫາກທ່ານເປີດໃຊ້ການທ່ອງເວັບແບບສ່ວນຕົວ ຫລື ຕັ້ງຄ່າບຣາວເຊີໃຫ້ລ້າງປະຫວັດການເຂົ້າຊົມເວັບທຸກເທື່ອທີ່ປິດບຣາວເຊີ ທ່ານອາດຕ້ອງໃສ່ລະຫັດທຸກເທື່ອທີ່ເຂົ້າສູ່ລະບົບ ຮຽນຮູ້ເພິ່ມເຕິມ
  • ຫາກຕ້ອງການຕັ້ງຄ່າການຢືນຢັນຕົວຕົນແບບສອງຊັ້ນຜ່ານທາງຂໍ້ຄວາມ SMS ທ່ານສາມາດໃຊ້ໝາຍເລກ-ໂທລະສັບມືຖືທີ່ເພີ່ມລົງໄປໃນບັນຊີທ່ານຢູ່ແລ້ວ ຫລື ເພີ່ມໝາຍເລກໃໝ່ກໍໄດ້ ຮຽນຮູ້ເພິ່ມເຕິມກ່ຽວກັບວິທີທີ່ Facebook ໃຊ້ໝາຍເລກໂທລະສັບມືຖືສຳລັບການຢືນຢັນຕົວຕົນແບບສອງຊັ້ນ
  • ຮຽນຮູ້ສິ່ງທີ່ທ່ານສາມາດເຮັດໄດ້ ຫາກທ່ານເປີດໃຊ້ການຢືນຢັນຕົວຕົນແບບສອງຊັ້ນແລ້ວແຕ່ພົບບັນຫາໃນການເຂົ້າສູ່ລະບົບ
ແຫຼ່ງຂໍ້ມູນ:
ແກ່ນຈັນ 1 ປີຜ່ານມາ