Banner

ວິທີການ ກູ້ຄືນບັນຊີ Facebook ທີ່ຖືກແຮັກ

ວິທີການກູ້ຄືນບັນຊີ Facebook ທີ່ຖືກຜູ້ບໍ່ຫວັງດີແຮັກ ເຮົາມາດມາດແກ້ໄຂໄດ້ໂດຍປ່ຽນລະຫັດຜ່ານ ເຊິ່ງມີຂັ້ນຕອນດັ່ງນີ້:

1. ການກູ້ຄືນລະຫັດຜ່ານ (Reset Password)

1.1. ການກູ້ຄືນລະຫັດຜ່ານ (Reset Password) ໃນມືຖື

  1. ເປີດ Facebook ທີ່ໄອຄອນຂອງແອັບ ອັກສອນຕົວ "f" ສີຂາວ ພື້ນສີຟ້າ ແລ້ວຈະເຂົ້າໄປໃນໜ້າເຂົ້າລະບົບ
  2. ແຕະທີ່ Need Help? ທີ່ລິງລຸ່ມຊ່ອງປ້ອນອີເມວ ແລະ ລະຫັດຜ່ານ
    • (ຖ້າໃນໜ້ານີ້ມີ Forgot Password? ກໍສາມາດຂ້າມຂັ້ນຕອນນີ້ໄດ້ )
  3. ແຕະ Forgot Password? ໃນເມນູ ເພື່ອໄປຢັງໜ້າກູ້ຄືນລະຫັດຜ່ານ Facebook
  4. ແຕະທີ່ຊ່ອງດ້ານເທິງ ແລ້ວພິມອີເມວ ຫລື ເບີໂທລະສັບທີ່ໃຊ້ເຂົ້າລະບົບ Facebook ລົງໄປ
    • (ຖ້າບໍ່ເຄີຍຜູກເບີໂທລະສັບກັບ Facebook ໃຫ້ພິມອີເມວແທນ)
  5. ແຕະ Search ທີ່ປຸ່ມສີຟ້າລຸ່ມ ແລ້ວຈະເຫັນຊື່ບັນຊີ Facebook ຂອງທ່ານ
  6. ເລືອກວິທີກູ້ຄືນບັນຊີ ດ້ວຍການແຕະເລືອກໜຶ່ງໃນຕົວເລືອກວິທີກູ້ຄືນບັນຊີ ດັ່ງນີ້:
    • via email - Facebook ຈະສົ່ງໂຄ້ດການກູ້ຄືນໄປຢັງອີເມວທີ່ຜູກໄວ້ກັບ Facebook.
    • via SMS - Facebook ຈະສົ່ງ SMS ທີ່ມີໂຄ້ດກູ້ຄືນ ໄປຢັງເບີໂທລະສັບທີ່ຜູກໄວ້ກັບ Facebook.
  7. ແຕະ Continue
  8. ຈາກນັ້ນ ໃຫ້ທ່ານໄປກວດເບີ່ງໂຄ້ດກູ້ຄືນບັນຊີ ຕາມຕົວເລືອກໃນການຮັບໂຄ້ດທີ່ເລືອກ
    • Email: ເປີດ inbox ຂອງອີເມວ ແລ້ວຫາຂໍ້ຄວາມທີ່ Facebook ສົ່ງມາ ເພື່ອຈົດໂຄ້ດ 6 ຫຼັກ ຈາກເນື້ອໃນຂໍ້ຄວາມຂອງອີເມວ.
    • SMS: ເປີດ messages ໃນມືຖື ແລ້ວເປີດ SMS ໃໝ່ທີ່ສົ່ງມາຈາກ Facebook ໃນນັ້ນຈະມີໂຄ້ດ 6 ຫຼັກ.
  9. ໃສ່ໂຄ້ດທີ່ໄດຮັບຈາກ Facebook ທາງ ອີເມວ ຫຼື SMS ລົງໃນຊ່ອງ "Enter code"
    • ຫຼັງໄດ້ຮັບໂຄ້ດ ຢ່າປ້ອນໂຄ້ດຊ້າເກີນ 2 - 3 ນາທີ ເພາະໂຄ້ດຈະໝົດອາຍຸກ່ອນ
    • ໃຫ້ແຕະຕົວເລືອກ Resend Code ຖ້າຈະຮັບໂຄ້ດໃໝ່
  10. ແຕະທີ່ Continue ເພື່ອສົ່ງໂຄ້ດ
  11. ຕິກຊ່ອງ "Log me out of other devices" ແລ້ວ ແຕະ Continue ເພື່ອລົງຊື່ອອກຈາກ Facebook ທຸກອຸປະກອນທີ່ກຳລັງລັອກອິນຢູ່ ລວມເຖິງເຄື່ອງຂອງແຮັກເກີ
  12. ໃຫ້ສ້າງລະຫັດຜ່ານໃໝ່ ດ້ວຍການພິມລະຫັດຜ່ານໃໝ່ ໃນຊ່ອງ Type a new password
  13. ແຕະ Continue ເພື່ອໃຊ້ງານລະຫັດຜ່ານໃໝ່ແທນລະຫັດຜ່ານເກົ່າ ເທົ່ານີ້ກໍລັອກອິນ Facebook ດ້ວຍລະຫັດຜ່ານໃໝ່ໄດ້ແລ້ວ ແລະ ແຮັກເກີກໍຈະກັບມາລັອກອິນບໍ່ໄດ້

1.2. ການກູ້ຄືນລະຫັດຜ່ານ (Reset Password) ໃນຄອມພິວເຕີ

  1. ເຂົ້າເວັບ Facebook ທີ່ລີ້ງ https://www.facebook.com/ ແລ້ວຈະເຫັນໜ້າເຂົ້າລະບົບ Facebook
  2. ຄລິກ Forgot Password? ແລ້ວຈະໄປທີ່ໜ້າ "Find your account"
  3. ພິມອີເມວ ຫລື ເບີໂທລະສັບທີ່ໃຊ້ເຂົ້າລະບົບ Facebook ໃນຊ່ອງ Mobile number
  4. ຄລິກ Search ແລ້ວຈະເຫັນຊື່ບັນຊີຂອງທ່ານ
  5. ເລືອກໜຶ່ງໃນຕົວເລືອກການກູ້ຄືນບັນຊີຕໍ່ໄປນີ້
    • Send code via email - ສົ່ງໂຄ້ດ 6 ຫຼັກໄປຢັງອີເມວທີ່ໃຊ້ລັອກອິນ Facebook
    • Send code via SMS - ສົ່ງໂຄ້ດ 6 ຫຼັກໄປຢັງເບີໂທລະສັບທີ່ຜູກໄວ້ກັບ Facebook
    • Use my Google account - ໃຫ້ເຈົ້າລັອກອິນ Google ເພື່ອຢືນຢັນຕົວຕົນ ເປັນການຂ້າມຂັ້ນຕອນຣີເຊັດໂຄ້ດ
  6. ຄລິກ Continue ເພື່ອສົ່ງໂຄ້ດໄປຫາອີເມວ ຫລື SMS ແຕ່ຖ້າເລືອກວິທີ Use my Google account ໜ້າຕ່າງໃໝ່ຈະເດັ້ງຂື້ນມາ
  7. ຮັບໂຄ້ດການຢືນຢັນຕົວຕົນ ຕາມວິທີການກູ້ຄືນບັນຊີທີ່ເລືອກໃຊ້
    • Email - ເປີດ inbox ຂອງອີເມວ ເປີດອີເມວທີ່ Facebook ສົ່ງມາ ແລ້ວຈົດໂຄ້ດ 6 ຫຼັກທີ່ໄດ້ຮັບໃນເນື້ອໃນອີເມວ
    • SMS - ເປີດ messages ໃນມືຖື ແລ້ວເປີດ SMS ໃໝ່ທີ່ສົ່ງມາຈາກ Facebook ຈາກນັ້ນຈະມີໂຄ້ດ 6 ຫຼັກໃຫ້ຈົດມາໃຊ້
    • Google account - ໃຫ້ຢືນຢັນອີເມວ ແລະ ລະຫັດຜ່ານ ຂອງບັນຊີອີເມວນັ້ນ
  8. ໃສ່ໂຄ້ດ 6 ຫຼັກໃນຊ່ອງ "Enter code" ແລ້ວຄລິກ Continue ເພື່ອໄປຢັງໜ້າກູ້ຄືນລະຫັດຜ່ານ (ຖ້າໃຊ້ບັນຊີ Google ກູ້ຄືນລະຫັດຜ່ານ ກໍບໍ່ຕ້ອງເຮັດຂັ້ນຕອນນີ້)
  9. ຕັ້ງລະຫັດຜ່ານໃໝ່ໃນຊ່ອງ "New password"
  10. ຄລິກ Continue ເພື່ອບັນທືກລະຫັດຜ່ານໃໝ່
  11. ຕິກຊ່ອງ "Log out of other devices" ແລ້ວຄລິກ Continue ເພື່ອລົງຊື່ອອກຈາກ Facebook ໃນທຸກອຸປະກອນທີ່ກຳລັງລັອກອິນຢູ່ ລວມເຖີງເຄື່ອງຂອງແຮັກເກີນຳ
ໝາຍເຫດ: ທີ່ຈີງແລ້ວ ບໍ່ມີວິທີປ້ອງກັນ Facebook ຖືກແຮັກໄດ້ແບບເຫັນຜົນ 100%, ເຮັດໄດ້ພຽງແຕ່ໝັ່ນປ່ຽນລະຫັດຜ່ານ ແລະ ລະວັງຢ່າເຂົ້າລິງທີ່ບໍ່ຮູ້ຈັກຄົນສົ່ງ ຫລື ບໍ່ແນ່ໃຈເລື່ອງຄວາມປອດໄພ ເທົ່ານີ້ກໍຊ່ວຍລຸດຄວາມສ່ຽງການຖືກແຮັກບັນຊີໄດ້
ແກ່ນຈັນ 1 ປີຜ່ານມາ